ກອງພັນທີ 1 ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ຖືສຳຄັນວຽກງານປູກຝັງ-ລ້ຽງສັດ
ສະຫາຍ ຮ້ອຍເອກ ຫຸມແພງ ວົງດາເພັດ ຮອງຫົວໜ້າກອງພັນ ຜູ້ຮັບຜິດຊອບວຽກງານພະລາທິການ ກອງພັນທີ 1 (ນັກຮຽນ
ມ.7) ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ ກອງພັນ ນອກຈາກໄດ້ຊີ້ນຳ-
ນຳພາ ນັກຮຽນປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບ, ບັນດາຂໍ້ກຳນົດ, ກົດລະບຽບຂອງໂຮງຮຽນວາງອອກໃຫ້
ເຂັ້ມງວດ ແລະ ສຶກສາອົບຮົມນັກຮຽນ ໃຫ້ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ, ເຝິກຝົນຫຼໍ່ຫຼອມຕົນເອງຮອບດ້ານ ເພື່ອສ້າງເປັນພະນັກງານ
ຮຸ່ນສືບທອດຂອງກອງທັບປະຊາຊົນລາວ ແລ້ວຍັງໄດ້ຖືສຳຄັນວຽກປູກຝັງ-ລ້ຽງສັັັັດ ເພື່ອສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່
ຂອງພະນັກງານ-ນັກຮົບ ກໍຄືນັກຮຽນໃຫ້ດີຂຶ້ນ ແລະ ສ້າງລາຍຮັບ ໝູນໃຊ້ເຂົ້າໃນການປັບປຸງພັດທະນາກົມກອງ ໃຫ້ແໜ້ນໜາ
ຖາວອນຕາມທິດນຳ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໂດຍກົມກອງໄດ້ວາງຄາດໝາຍສູ້ຊົນໃຫ້
ບຸກຄົນ ຕ້ອງສະໜອງພືດຜັກເຂົ້າເຮືອນຄົວລວມໃຫ້ໄດ້ຕາມແຜນການ ດັ່ງນັ້ນ, ພະນັກງານ-ນັກຮົບ ໃນທົ່ວກົມກອງ ແລະ ນັກ
ຮຽນ ຈຶ່ງໄດ້ແຂ່ງຂັນກັນປູກພຶດຜັກຊະນິດຕ່າງໆ ມີທັງສວນລວມຂອງກອງພັນ, ສວນລວມກອງຮ້ອຍ ເພື່ອແກ້ໄຂຊີວິດການເປັນ
ຢູ່ໃນແຕ່ລະວັນ. ເຊິ່ງສາມາດປູກຜັກຊະນິດຕ່າງໆໄດ້ 9.547 ກິໂລກຣາມ ລວມເປັນເງິນ 8.188.000 ກີບ ໃນນີ້, ກອງຮ້ອຍ 1
ປູກໄດ້ 2.432 ກິໂລກຣາມ ເປັນເງິນ 9.728.000 ກີບ, ກອງຮ້ອຍ 2 ປູກໄດ້ 974 ກິໂລກຣາມ ເປັນເງິນ 3.893.000 ກີບ,
ກອງຮ້ອຍ 3 ປູກໄດ້ 1.031 ກິໂລກຣາມ ເປັນເງິນ 3.093.000 ກີບ, ຄະນະບໍລິຫານງານຊາວໜຸ່ມປູກໄດ້ 5.110 ກິໂລກຣາມ
ເປັນເງິນ 20.440.000 ກີບ. ພ້ອມກັນນີ້, ຍັງໄດ້ຊຸກຍູ້ພະນັກງານ-ນັກຮົບ ລ້ຽງສັດ ຕາມເງື່ອນໄຂຕົວຈິງ ໃນນີ້, ພະນັກງານ
ແລະ ນັກຮຽນ ລ້ຽງໝູ ທັງໝົດ 23 ໂຕ ສະໜອງເຂົ້າເຮືອນຄົວລວມໄດ້ 740 ກິໂລກຣາມ ເປັນເງິນ 44.289.000 ກີບ.
ສະຫາຍ ຮ້ອຍເອກ ຫຸມແພງ ວົງດາເພັດ ຍັງກ່າວຕື່ມວ່າ: ສຳລັບທິດທາງແຜນການຕໍ່ໜ້ານີ້ ຈະສືບຕໍ່ປຸກລະດົມຊຸກຍູ້ພະ
ນັກງານ-ນັກຮົບ ແລະ ນັກຮຽນ ປູກຜັກຊະນິກຕ່າງໆ ໃຫ້ໄດ້ຕາມແຜນການ, ຜະລິດເປັນສິນຄ້າ ສ້າງລາຍຮັບເຂົ້າກົມກອງໃຫ້
ຫຼາຍຂຶ້ນ ເພື່ອເປັນທ່າແຮງໜຶ່ງປະກອບສ່ວນເຂົ້າໃນການປັບປຸງພັດທະນາກົມກອງໃຫ້ມີໃບໜ້າອັນໃໝ່, ທັງເປັນການເຝິກຝົນ
ນັກຮຽນ ໃຫ້ມີທັດສະນະການອອກແຮງງານທີ່ດີ, ມີຄວາມດຸໝັ່ນຂະຫຍັນພຽນ. ທັງໝົດນີ້, ເພື່ອເອກອ້າງໄວ້ເປັນຜົນງານຂໍ່າ
ນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ.
ແຫຼ່ງທີ່ມາ: ຄຳແປງ ຟອງສາຍໄໝ
ວັນທີ 02/01/2024